20 Mangkon

SAOMANGKON DEVELOPME STATE COMPANY

SAOMANGKON DEVELOPME STATE COMPANY

ບໍລິສັດ

ບໍລິສັດ 20 ມັງກອນ ພັດທະນາ ມອບເງິນອຸປະຖໍາໃຫ້ກະຊວງປ້ອງກັນປະເທດ

Admin
07:10 01-02-2024

ວັນທີ 28 ກັນຍາ 2023 ນີ້, ບໍລິສັດ 20 ມັງກອນ ພັດທະນາ ໄດ້ມອບເງິນອຸປະຖໍາໃຫ້ກະຊວງປ້ອງກັນປະເທດ ຈໍານວນ 1.000.000.000 ກີບ, ໃຫ້ຫ້ອງວ່າການກະຊວງປ້ອງກັນປະເທດ 100.000.000 ກີບ, ໂຄງການຮ່ວມມືກັບ ບໍລິສັດລັດ 20 ມັງກອນ ພັດທະນາຈຳນວນ 250.000.000 ກີບ ແລະ ບໍລິສັດ ລາວຊີລິຄອນຈຳກັດ ເຊິ່ງເປັນບໍລິສັດ ໂຄງການຮ່ວມມືກັບ ບໍລິສັດ 20 ມັງກອນ ພັດທະນາ ຈໍານວນ 300.000.000 ກີບ, ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານ ການເຄື່ອນໄຫວກິດຈະກຳຕ່າງໆ ໃນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 75 ປີ ທີ່ຈະມາເຖິງນີ້, ກ່າວມອບໂດຍ ສະຫາຍ ພັນເອກ ບຸນຢົງ ພັນດານຸວົງ ຜູ້ອຳນວຍການໃຫຍ່ ບໍລິສັດລັດ 20 ມັງກອນ ພັດທະນາ ແລະ ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ຄໍາມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວສະແດງຄວາມຂອບໃຈ ມາຍັງສະຫາຍ ພັນເອກ ບຸນຢົງ ພັນດານຸວົງ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ແລະ ຈະນໍາເອົາເງິນທີ່ມາອຸປະຖໍາໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນວຽກງານຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບກໍ່ຄື ວັນຊາດ 2 ທັນວາ ຄົບຮອບ 48 ແລະ ວັນສ້າງຕັ້ງກອງທັບ 20 ມັງກອນ ຄົບຮອບ 75 ປີ ທີ່ໃກ້ຈະມາເຖິງນີ້ ໃຫ້ເປັນຂະບວນການຟົດຟື້ນກວ້າງຂວ້າງ.